ວິທະຍາໄລກະສິກຳ

ໂຄງການ​ ຄສກສ ມອບອຸປະກອນຫ້ອງທົດລອງ​ ໃຫ້ວິທະຍາໄລກະສິກໍາ​ ແລະ​ ປ່າໄມ້​ຈໍາປາສັກ​ ໃນຄັ້ງວັນທີ 8 ພະຈິກ 2024

 

ໂຄງການ​ ຄສກສ ມອບອຸປະກອນຫ້ອງທົດລອງ​ ໃຫ້ວິທະຍາໄລກະສິກໍາ​ ແລະ​ ປ່າໄມ້ ​ຈໍາປາສັກ​

      

     ໃນຄັ້ງວັນທີ​ 8​ ພະຈິກ​ 2024 ຜ່ານມານີ້,​ ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໂດຍໄດ້ຮັບການສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ໃນຮູບແບບການຊ່ວຍເຫຼືອລ້າ​ ໄດ້ມອບອຸປະກອນຫ້ອງທົດລອງ​ ໃຫ້ວິທະຍາໄລກະສິກໍາ​ ແລະ​ ປ່າໄມ້​ຈໍາປາສັກ.​ ພິທີ​ມອບ​ -​ ຮັບ​ ອຸປະກອນ​ຄັ້ງນີ້​ ຈັດຂຶ້ນຢູ່ວິທະຍາໄລດັ່ງກ່າວ​ ໂດຍການເຂົ້າຮ່ວມຂອງ​ ທ່ານ​ ສຸລະພົນ ກໍມະນີ ຮອງຫົວໜ້າ​ພະແນກກະສິກໍາ​ ແລະ​ປ່າໄມ້​ແຂວງຈໍາປາສັກ,​ ທ່ານ​ ຄໍາສະຫວ່າງ​ ສົມບູນ​ຂັນ​ ຜູ້ອໍານວຍການວິທະຍາໄລກະສິກໍາ​ ແລະ​ ປ່າໄມ້​ຈໍາປາສັກ, ທ່ານ​ ຄໍາ​ປ້ອງ​ ວົງພະຈັນ​ ຫົວ​ໜ້າປະສານງານ​ໂຄງການ​ ກສກສ​ ຂັ້ນ​ສູນກາງ,​ ທ່ານ​ ເພັດສະໝອນ​ ຄໍາພູມີ​ ຫົວ​ໜ້າປະສານງານ​ໂຄງການ​ ກສກສ​ ຂັ້ນແຂວງ.​ ມີຄະນະພັກ​ -​ ຄະນະ​ອໍານວຍ​ການ, ພະນັກງານ,​ ຄູ​ -​ ອາຈານ​ ແລະ​ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.​

         ໃນພິທີ,​ ທ່ານ​ ຄໍາສະຫວ່າງ​ ສົມບູນ​ຂັນ​ ຜູ້ອໍານວຍການວິທະຍາໄລກະສິກໍາ​ ແລະ​ ປ່າໄມ້​ຈໍາປາສັກ​ ໄດ້ອະທິບາຍກ່ຽວກັບສະພາບຈຸດພິ ເສດ,​ ທີ່ຕັ້ງພາລະບົດບາດ​ ຂອງ​ວິທະຍາໄລ​ ໂດຍເຮັດໜ້າທີ່ເປັນເສນາທິການໃຫ້ຄະນະພັກ​ -​ ຂັ້ນເທິງ ດ້ວຍການນໍາພາ -​ ຊີ້ນໍາວຽກງານພັດທະ ນາການສຶກສາ,​ ກໍ່ສ້າງນັກວິຊາການທາງດ້ານຂະແໜງກະສິກຳ -​ ປ່າໄມ້ ແລະ ພັດທະນາຊົນນະບົດ​ ເຊິ່ງມີ 3 ຫ້ອງການ, 6 ຄະນະວິຊາ 1 ສູນຄົ້ນຄວ້າ ແລະ ຜະລິດກະສິກຳ,​ ເຮັດໜ້າທີ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ,​ ມະຕິຄໍາສັ່ງຂອງພັກ - ລັດ ທີ່ວາງອອກໃນແຕ່ລະໄລຍະ,​ ນໍາພາ​ -​ ຊີ້ນໍາການເຄື່ອນໄຫວຂອງພະນັກງານ​ -​ ລັດຖະຖອນ ໃຫ້ໄດ້ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງແຂງ ແຮງ ເພື່ອໃຫ້ເປັນກຳລັງແຮງສັງລວມ ປະຕິບັດທິດທາງແຜນການ ທີ່ວິທະຍາໄລ ວາງອອກ.​ ພ້ອມນີ້,​ ທ່ານຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວຂອງຫ້ອງທົດລອງ​ ຂອງວິທະຍ່ໄລ ເຊິ່ງມີທັງຜົນງານດ້ານດີ,​ ດ້ານອ່ອນ,​ ຂໍ້ສະດວກ,​ ຂໍ້ຄົງຄ້າງ​ ແລະ​ ທິດທາງແຜນການປັບປຸງພັດທະນາ​ ຫ້ອງທົດລອງ​ໃນຕໍ່ໜ້າ.​ 

       ຕໍ່ມາ,​ ທ່ານ​ ເພັດສະໝອນ​ ຄໍາພູມີ​ ຫົວ​ໜ້າປະສານງານ​ໂຄງການ​ ຄສກສ​ ຂັ້ນແຂວງ​ ກໍ​ລາຍງານວ່າ: ການມອບອຸປະກອນຫ້ອງທົດລອງ​ - ວິໄຈ ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້​ ຈຳປາສັກ​ ຄັ້ງນີ້​ມີ ​Boris acid, Sodium hydroxide, Potassium sulfate, Copper (II) sulfate ແລະ​ ອື່ນໆ​ ລວມມີ​ 46​ ລາຍການ​ ແມ່ນປະຕິບັດຕາມອົງປະກອບທີ 1 ຂອງໂຄງການ ຄື: ປັບປຸງພື້ນຖານໂຄງລ່າງກະສິກຳ ເພື່ອຕອບສະໜອງການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ມີຄວາມທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ ໂດຍຍົກລະດັບ ສູນຄົ້ນຄວ້າ -​ ສູນພັດທະນາກະສິກຳ ແລະ ໂຄງລ່າງພື້ນຖານດ້ານການກວດກາຄຸນນະພາບ ແລະ ສຸຂານາໄມພືດ ໂດຍສະເພາະແມ່ນສ້າງຄວາມເຂັ້ມແຂງໃຫ້ແກ່ວິທະຍາໄລກະສິກຳ ແລະ ປ່າໄມ້​ ດ້ານການຄົ້ນຄ້ວາທົດລອງ, ວຽກງານວິໄຈຕ່າງໆຂອງນັກສຶກສາ,​ ຄູ - ອາຈານ ແລະ ການບໍລິການຮັບໃຊ້ຊາວກະສິກອນຂອງແຂວງຈຳປາສັກ ແລະ ແຂວງໃກ້ຄຽງ ໂດຍສະເພາະສະມາຊິກກຸ່ມການຜະລິດພືດຜັກ ໃຫ້ບໍລິການກວດກາຄຸນນະພາບດິນ, ສານຕົກຄ້າງ ໃນຜົນຜະລິດ ແລະ ການປັບປຸງຄຸນນະພາບດິນໃຫ້ອຸດົມສົມບູນ ເພື່ອປູກພືດໃຫ້ມີສະມັດຕະພາບຜົນຜະລິດສູງຂຶ້ນ​ ທັງເປັນຊ່ວຍໃຫ້ຄະນະຄູອາຈານ ແລະ ນັກສຶກສາມີຄວາມຊຳນານງານ ສາມາດນໍາເອົາຄວາມຮູ້, ຄວາມສາມາດ, ປະສົບການໄປນໍາໃຊ້ໃນການດໍາລົງຊີວິດ, ພັດທະນາຫຼັກສູດການຮຽນ-ການສອນ ແລະ ປະກອບອາຊີບຢ່າງມີປະສິດທິຜົນ; ປັບປຸງຫ້ອງທົດລອງ - ວິໄຈດິນໃຫ້ໄດ້ຄຸນນະພາບຮັບປະກັນເຮັດໃຫ້ຂະບວນການຄົ້ນຄ້ວາທິດລອງ, ການກວດກາ​ - ວິໄຈດິນ​ ຖືກຕ້ອງຕາມຫຼັກການ ແລະ ມີປະສິດທິພາບ ລວມມູນຄ່າທັງໝົດ 65.​777.00 ໂດລາສະຫະລັດ.​

      ຈາກນັ້ນ,​ ກໍໄດ້ມອບ -​ ຮັບ​ ອຸປະກອນ​ຫ້ອງທົດລອງ,​ ໃຫ້ກຽດ​ມອບໂດຍ​ ທ່ານ​ ຄໍາ​ປ້ອງ​ ວົງພະຈັນ​ ຫົວ​ໜ້າປະສານງານ​ໂຄງການ​ ກສກສ​ ຂັ້ນ​ສູນກາງ,​ ຮັບໂດຍ​ ທ່ານ​ ຄໍາສະຫວ່າງ​ ສົມບູນ​ຂັນ​ ຜູ້ອໍານວຍການວິທະຍາໄລກະສິກໍາ​ ແລະ​ ປ່າໄມ້​ຈໍາປາສັກ​ ໂດຍມີ​ ທ່ານ​ ສຸລະພົນ ກໍມະນີ ຮອງຫົວໜ້າ​ພະແນກກະສິກໍາ​ ແລະ​ ປ່າໄມ້​ແຂວງ,​ ທ່ານ​ ເພັດສະໝອນ​ ຄໍາພູມີ​ ຫົວ​ໜ້າປະສານງານ​ໂຄງການ​ ກສກສ​ ຂັ້ນແຂວງ​ ພ້ອມດ້ວຍຄະນະພັກ​ -​ ຄະນະ​ອໍານວຍ​ການ, ພະນັກງານ,​ ຄູ​ -​ ອາຈານ​ ແລະ​ ພາກ ສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມເປັນສັກຂີພະຍານ.​

    

      ໂຄງການ​ ຄສກສ​ ເປັນໂຄງການໜຶ່ງທີ່ຈະຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດ ກະສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ 2030 ໃຫ້ປະກົດຜົນເປັນຈິງ ເຊິ່ງໄດ້ຮັບການສະໜັບສະໜູນ ຈາກທະນາຄານພັດທະນາອາຊີ ໃນຮູບແບບການຊ່ວຍເຫຼືອລ້າ ມີເປົ້າໝາຍເພື່ອພັດທະນາວຽກງານດ້ານກະສິກຳ​ ເປັນຕົ້ນແມ່ນພື້ນຖານໂຄງລ່າງຮັບໃຊ້ການຜະລິດ, ຊຸກຍູ້ໃຫ້ການຜະລິດກະສິກຳທີ່ຫຼາກຫຼາຍຕອບສະໜອງໄດ້ ຕາມຄວາມຕ້ອງການຂອງທ້ອງຕະຫຼາດ, ປັບປຸງພື້ນຖານໂຄງລາງດ້ານກະສິກຳໃຫ້ມີຄວາມທົນທານຕໍ່ສະພາບການປ່ຽນ ແປງທາງດ້ານດິນຟ້າອາກາດ ໃຫ້ຄວາມຊ່ວຍເຫຼືອໃນການສ້າງຄວາມອາດສາມາດກ່ຽວກັບການປຸງແຕ່ງ, ການເກັບຮັກສາ, ການກວດກາຄຸນນະພາບຜົນຜະລິດກະສິກຳ,​ ສົງເສີມການນໍາໃຊ້ຊີວະພາບ ແລະ ການຜະລິດກະສິກຳອິນຊີ, ສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ກ່ຽວກັບການຜະລິດກະສິກຳທີ່ຕິດພັນກັບ ສະພາບການປ່ຽນແປງທາງດ້ານດິນຟ້າອາກາດ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດກະສິກຳ​ ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອສົ່ງເສີມການປົກປັກຮັກສາສະພາບແວດລອ້ມ ແລະ ເພີ່ມລາຍໄດ້ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການທາງດ້ານທຸລະກິດກະສິກຳ​ ໃຫ້ມີຄວາມຍືນຍົງ ເຊິ່ງມີໄລຍະເວລາ 6 ປີ (ເລີ່ມແຕ່ປີ 2019 ຫາ 2024) ເນື່ອງຈາກມີການລະບາດຂອງພະຍາດໂຄວິດ19 ໂຄງການໄດ້ຕໍ່ເວລາການຈັດຕັ້ງປະຕິບັດອອກໄປອີກ 18 ເດືອນ, ມູນຄ່າລວມ​46.​370.​000 ໂດລາສະຫະລັດ,​ ໃນນັ້ນປະກອບມີ ເງິນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຈໍານວນ 40.​500.​000 ໂດລາສະຫະລັດ, ການປະກອບສ່ວນທຶນສົມທົບສະໜັບສະໜູນທຸລະກິດກະສິກຳ​ ຈາກຜູ້ປະກອບການທະລະກິດກະສິກຳ ແລະ ຊາວກະສິກອນຂະໜາດນ້ອຍ ຈໍານວນ 5.​120.​000 ໂດລາສະຫະລັດ ແລະ ການປະກອບສ່ວນທາງດ້ານວັດຖຸຈາກລັດຖະບານ ເຊັ່ນ: ເງິນເດືອນ, ຫ້ອງການ, ໄຟຟ້າ ນໍ້າປະປາ ຄິດເປັນມູນຄ່າ​750.000​ ໂດລາສະຫະລັດ,​ ທຶນດັ່ງກ່າວເລັ່ງໃສ່ປັບປຸງຂອດການແຂ່ງຂັນທາງຕ່ອງໂສ້ການຜະລິດເຂົ້າເປັນສິນຄ້າຢູ່ ແຂວງຄໍາມ່ວນ,​ ສາລະວັນ, ສະຫວັນນະເຂດ; ການຜະລິດພືດຜັກເປັນສິນຄ້າ​ ຢູ່ນະຄອນຫຼວງວຽງຈັນ,​ ຈຳປາສັກ ແລະ​ ແຂວງເຊກອງ.​ ສໍາລັບ​ການຈັດຕັ້ງປະຕິບັດ​ໂຄງການ​ຢູ່ແຂວງ​ ມີຢູ່ 2 ເມືອງເປົ້າໝາຍ​ ຄື: ເມືອງປາກຊ່ອງມີ 6 ບ້ານ​ ຄື: ບ້ານຫ້ວຍເສັດ; ບ້ານກະຕວດ; ບ້ານກອງຕຸ່ນ; ບ້ານລີ່ເຈືອງ; ບ້ານໜອງສູງ ແລະ ບ້ານທົ່ງກາຫຼົງ. ສ່ວນເມືອງສຸຂຸມາ ມີ 14 ບ້ານ​ ຄື: ບ້ານສຸຂຸມາ,​ ບ້ານກຸດຕາບູນ,​ ບ້ານ ດອນຫວາຍ,​ ບ້ານທາດສາມປາງ,​ ບ້ານໂນນແດງ,​ ບ້ານທ່າແສງ,​ ບ້ານຫຽງ, ບ້ານອຸທຸມ, ບ້ານປຸ່ງແກ້ວ, ບ້ານກົງກວຽນ,​ ບ້ານດົງຫົວບ້ານ,​ ບ້ານໂພສີ,​ ບ້ານປ່າກ້ວຍ ແລະ ບ້ານຫ້ວຍແຫ່.​ ໂຄງການ ປະກອບມີ 3 ໝາກຜົນຫຼັກ ຄື: ປັບປຸງໂຄງລ່າງດ້ານກະສິກຳ​ ເພື່ອສົ່ງເສີມການຜະລິດກະສິກຳເປັນສິນຄ້າ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ; ການສົ່ງເສີມນະວັດຕະກຳກະສິກຳ ແລະ ທຸລະກິດກະສິກຳ ທີ່ເປັນມິດຕໍ່ສິ່ງແວດລອ້ມ; ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຍົກລະດັບທຸລະກິດກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ.​


ຂ່າວ​-ພາບ​: ທູນທອງໃຈ​ 



Post a Comment (0)
Previous Post Next Post

asas