ຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ຈຳປາສັກ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ຕໍ່ໜ້າອະນຸສອນສະຖານປະທານ ໄກພົມວິຫານ
ໃນຕອນເຊົ້າຂອງ ວັນທີ 28 ພະຈິກ 2024 ຄະນະຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ຕໍ່ໜ້າອະນຸສອນສະຖານປະທານ ໄກພົມວິຫານ ຜູ້ນຳທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ ແລະ ເຂົ້າຮ່ວມພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນທັນວາ ເຊີ່ງພິທີຈັດຂື້ນທີ່ເດີ່ນສະໜາມແດງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ຄຳແດງ ດີວິໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ພ້ອມຄະນະ, ມີຄະນະປະຈຳຊາວໜຸ່ມ, ກຳມະການຊາວໜຸ່ມແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນປາກເຊ, ມີຄູຮັບຜິດຊອບເຍົາວະຊົນທົ່ວນະ ຄອນປາກເຊ ແລະ ສະມາຊິກຊາວໜຸ່ມ ແລະ ເຍົາວະຊົນທັນວາ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ໃນພິທີຕາງໜ້າໃຫ້ມະຫາຊົນກ້າວໜ້າກໍໄດ້ຜ່ານໃບຄຳຮ້ອງຂໍເຂົ້າເປັນສະມາຊິກເຍົາວະຊົນທັນວາ...ຕໍ່ມາກໍໄດ້ຜ່ານມະຕິຕົກ ລົງຂອງຄະນະປະຈຳພັກແຂວງເລກທີ 737/ຈຂ.ຈສ ລົງວັນທີ 27 ພະຈິກ 2024 ວ່າດ້ວຍການອະນຸມັດໃຫ້ຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ຈັດພິທີວາງກະຕ່າດອກໄມ້ ແລະ ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາເຍົາວະຊົນທັນວາ ໃນນັ້ນໄດ້ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກເຍົາວະຊົນ ທັນວາ ຈຳນວນ 813 ນ້ອງ, ຍິງ 418 ນ້ອງ,
ຈາກນັ້ນ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄຳແດງ ດີວິໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ພ້ອມແຂກຖືກເຊີນກໍໄດ້ໃຫ້ກຽດມັດແພແດງໃຫ້ມະຫາຊົນກ້າວໜ້າ. ໃນໂອກາດນີ້ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ຮູ້ວ່າ: ຊາດລາວເຮົາມີມູນເຊື້ອທີ່ອົງອາດກ້າຫານ ແລະ ມີປະຫວັດສາດອັນຍາວນານໃນການເຕົ້າໂຮມຄວາມສາມັກຄີ, ການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດທີ່ສືບທອດກັນມາແຕ່ດຶກດໍາບັນ ແລະ ພັກປະຊາຊົນປະຕິວັດລາວ ຖືກສ້າງຕັ້ງຂຶ້ນໃນວັນທີ 22 ມິນາ 1955, ເພື່ອສືບທອດພາລະກຳປະຫວັດສາດຂອງພັກ. ພັກປະຊາຊົນປະຕິວັດລາວ ໄດ້ສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມຂຶ້ນໃນວັນທີ 14 ເມສາ ປີ 1955 ໃສ່ຊື່ວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພັກກ່ໍໄດ້ມອບວຽກງານການຈັດຕັ້ງເຍົາວະຊົນທັນວາ ໃຫ້ແກ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຜູ້ຮັບຜິດຊອບໂດຍກົງ.
ກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນອົງການຕົວແທນ ໃຫ້ແກ່ອົງການຈັດຕັ້ງເຍົາວະຊົນທັນວາ ແຕ່ໄວອາຍຸ 6-14 ປີ. ຕໍໍ່ມາໃນວັນທີ 21 ມີນາ 1946 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ພວກຈັກກະພັດຝຣັ່ງໄດ້ເຂົ້າມາຮຸກຮານປະເທດລາວເປັນເທື່ອທີ 2 ພວກມັນໄດ້ຂ້າຟັນລັນແທງປະຊາຊົນລາວ ແລະ ເດັກນ້ອຍລາວຕາຍຢ່າງຫຼວງຫຼາຍ, ພັກກອມມູນິດອິນດູຈີນໄດ້ປຸກລະດົມທຸກກຳລັງແຮງເພື່ອໃຫ້ປະຊາຊົນລາວທຸກທົ່ວໜ້າລຸກຮື້ຂື້ນຕີຕ້ານກັບຈັກກະພັດລ່າເມືອງຂື້ນຝຣັ່ງ. ໃນຂະນະນັ້ນເດັກນ້ອຍລາວຢູ່ແຂວງອັດຕະປື ຈຳນວນ 48 ນ້ອງ ມີຄວາມຄຽດແຄ້ນສູງຕໍ່ຈັກກະພັດຝຣັ່ງຈຶ່ງໄດ້ພ້ອມກັນສະໝັກເຂົ້າເປັນທະຫານ, ພວກນ້ອງໆ ມີອາຍຸພຽງແຕ່ 12-14 ປີ ແຕ່ພັກກອມມູນິດອີນໂດຈີນກໍ່ຮັບເອົາເພື່ອສ້າງເປັນກອງທະຫານສືບທອດ ແລະ ໃສ່ຊື່ກອງວ່າ: ກອງທະຫານນ້ອຍ 48(1) ເພາະມີຈຳນວນ 48 ນ້ອງ. ໂດຍແມ່ນ ທ່ານ ທອງໄຫຼ ກົມມະສິດ ເປັນຫົວໜ້າກອງ. ຄຽງຄູ່ກັບປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວນັ້ນ, ພັກປະຊາຊົນລາວຍາມໃດກໍ່ເອົາໃຈໃສ່ສຶກສາອົບຮົມກອງທະຫານນ້ອຍ 48 ໃຫ້ມີນ້ຳໃຈຮັກຊາດຮັກບ້ານເກິີດເມືອງນອນ, ຄຽດແຄ້ນສັດຕູຜູ້ມາຮຸກຮານປະເທດຊາດເຮົາ, ເອົາໃຈໃສ່ຮຽນໜັງສື. ຍາມໃດບໍ່ໄດ້ຍີນສຽງປືນບໍ່ໄດ້ຍິນສຽງຍົນມາຖີ້ມລະເບີດ, ເວລານັ້ນພວກນ້ອງພ້ອມກັນຮຽນໜັງສື, ຍາມໃດມີສຽງຍົນພວກນ້ອງກໍ່ຈັບປືນອອກຍິງຍົນ. ຜ່ານການເຄື່ອນໄຫວໃນໄລຍະຜ່ານມານ້ອງນ້ອຍ 48 ຄົນ ໄດ້ກາຍເປັນຊາວໜຸ່ມ ແລະ ໄດ້ສະໝັກເປັນທະຫານ, ຕຳຫຼວດ ແລະ ພະນັກງານ, ດັ່ງນັ້ນມັນຈຳເປັນຕ້ອງໄດ້ປັບປຸງການຈັດຕັ້ງຄືນ ໃໝ່...ຈາກນັ້ນກໍ່ໄດ້ວາງກະຕ່າດອກໄມ້ ຕໍ່ໜ້າອະນຸສອນສະຖານປະທານໄກສອນ ພົມວິຫານ ດ້ວຍຄວາມເຄົາລົບຮັກສຸດຊຶ້ງ, ຄວາມຮູ້ບຸນຄຸນອັນເລີກເຊີ່ງ, ຄິດຄະນຶກເຖີງ ແລະ ຈົນຈຳລ້ຳລຶກຄຸນງາມຄວາມດີທີ່ຫາອັບປ້ຽບບໍ່ໄດ້. ພາບ,ຂ່າວ ບຸນປອນ ດາລາ



